ເຊັນສັນຍາຮ່ວມມື
ເຊັນສັນຍາຮ່ວມມື
ໃນວັນທີ 06/12/2018, ທີ່ສຳນັກງານ ທະນະຄານ ເອຊີລີດາ ລາວ ຈຳກັດ ໄດ້ຈັດພິທີລົງນາມເຊັນສັນຍາຮ່ວມມື ກັບ ບໍລິສັດຮ່ວມທຸລະກິດປະກັນໄພ ລາວ ຫວຽດ ຈຳກັດ. (LVI)ຈຸດປະສົງແມ່ນເພື່ອເພີ້ມທະວີການພົວພັນຮ່ວມມື, ສົ່ງເສີມໃຫ້ເກີດຜົນປະໂຫຍດສູງສຸດໂດຍການນຳສະເໜີບັນດາຜະລິດຕະພັນ, ການບໍລິການທາງດ້ານການເງິນທີ່ດີທີ່ສຸດໃຫ້ແກ່ລູກຄ້າ.
ເປັນກຽດຮ່ວມພິທີເຊັນສັນຍາມີ ທ່ານຜູ້ອຳນວຍການໃຫຍ່ພ້ອມດ້ວຍບັນດາຄະນະພະແນກສຳນັກງານໃຫຍ່ ທະນະຄານ ເອຊີລີດາ ລາວ ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ.
ACLEDA Bank Lao Ltd, ແລະ LVI ໄດ້ໃຫ້ຄຳໝັ້ນ, ບູລິມະສິດໃນການນຳໃຊ້ຜະລິດຕະພັນຕ່າງໆຂອງແຕ່ລະຝ່າຍ , ເພີ້ມທະວີໃນການຂາຍໄຂ່ວຜະລິດຕະພັນ, ການບໍລິການຂອງຄູ່ຮ່ວມທຸລະກິດ ແລະ ຮັບປະກັນໃນການຮັກສາຂໍ້ມູນ, ເອກະສານລູກຄ້າ ໃນການດຳເນີນທຸລະກິດຂອງທັງສອງຝ່າຍ.
ທະນະຄານ ເອຊີລີດາລາວ ຈຳກັດ: ACLEDA Bank Lao Ltd,
ທະນະຄານ ເອຊີລີດາ ລາວ ຈຳກັດ ໄດ້ສ້າງຕັ້ງນັບແຕ່ວັນທີ່ 08/07/2008 ພາຍຫຼັງ 10 ປີ ແຫ່ງການດຳເນີນທຸລະກິດ ທະນະຄານ ເອຊີລີດາ ລາວ ຈຳກັດ ໄດ້ກາຍເປັນທະນະຄານໜຶ່ງທີ່ດຳເນີນທຸລະກິດໄດ້ຮັບໝາກຜົນດີໃນຕະຫຼາດທະນະຄານ. ປະຈຸບັນ, ທະນະຄານ ເອຊີລີດາ ລາວ ຈຳກັດ ມີພະນັກງານທັງໝົດຫຼາຍກ່ວາ 1.000 ຄົນທີ່ບໍລິການລູກຄ້າໃນ 14 ສາຂາ ແລະ 25 ໜ່ວຍບໍລິການ ແລະ ຕູ້ເອທີເອັມທັງໝົດ 55 ຕູ້ໃນທົ່ວປະເທດໄວ້ຄອຍບໍລິການ 24 ຊົ່ວໂມງ. ແລະ ຍັງມີຜະລິດຕະພັນໃໝ່ “ເອຊີລີດາ ທັນໃຈ” ເຊິ່ງເປັນ Application ທີ່ອຳນວຍຄວາມສະດວກໃຫ້ແກ່ລູກຄ້າສາມາດເຮັດທຸລະກຳໄດ້ທຸກທີ່ທຸກເວລາ
ບໍລິສັດຮ່ວມທຸລະກິດປະກັນໄພ ລາວ ຫວຽດ (LVI):
ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດແມ່ນບໍລິສັດຂອງທະນະຄານ ການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ສ້າງຕັ້ງຂື້ນໃນວັນທີ 21/06/2008.
ພາຍຫຼັງແຫ່ງການດຳເນີນທຸລະກິດ, LVI ໄດ້ກາຍເປັນບໍລິສັດປະກັນໄພຢື່ນຢູ່ອັນດັບສອງຂອງຕະຫຼາດປະ ກັນໄພລາວ ໂດຍມີ 03 ສາຂາ, 13 ໜ່ວຍບໍລິການ, ມີພະນັກງານຫຼາຍກ່ວາ 100 ຄົນ ແລະ ມີຕົວແທນ 300 ຕົວແທນໃນທົ່ວປະເທດ. ພິເສດ, LVI ແມ່ນບໍລິສັດທຳອິດໃນຕະຫຼາດປະກັນໄພ ທີ່ໄດ້ຂະຫຍາຍຊ່ອງທາງການຂາຍປະກັນໄພຜ່ານລະບົບ Bancassuranceໃຫ້ກັບບັນດາທະນະຄານ, ບໍລິສັດເຊົ່າສິນເຊື່ອຢູ່ໃນລາວ.
ຊື້ປະກັນໄພສຸຂະພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້ຮັບການຄ້ຳປະກັນໂຄວິດ-19
ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດຊ່ອງທາງໃຫມ່ໃນການຂາຍຜະລິດຕະພັນປະກັນໄພສຸຂະພາບ, ໃນນັ້ນມີການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.
LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.
ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...
ກອງປະຂຸມ ຊຸກຍູ້ການຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ (LVI)
ກອງປະຂຸມ ຊຸກຍູ້ການຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ (LVI) LaoVietBank ແມ່ນທະນາຄານໜຶ່ງທີ່ໃຫ່ຍໃນລາວ, ກວມອັດຕາສ່ວນທາງດ້ານສິນເຊື່ອຢູ່ອັນດັບສອງ, ທາງດ້ານຊັບສິນ-ແຫຼ່ງທຶນ ຢູ່ອັນດັບສາມ, ສາມາດຮັກສາໃຫ້ຢູ່ໃນກຸ່ມ 5 ທະນາຄານທຸລະກິດທີ່ໃຫຍ່ໃນລາວຢູ່ເລື້ອຍໆ ທີ່ມີເຄືອຄ່າຍ 9/18 ແຂວງໃນລາວ.
LVI ມອບສິນທົດແທນໃຫ້ລູກຄ້າ
ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.
LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank
ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.
-
76767767
-
ຊື້ປະກັນໄພສຸຂະພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້ຮັບການຄ້ຳປະກັນໂຄວິດ-19
-
LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.
-
ກອງປະຂຸມ ຊຸກຍູ້ການຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ (LVI)
-
ລົດລູກຄ້າ LVI ເກີດອຸປະຕິເຫດ