ໜ້າທຳອິດ > ການແນະນໍາ

ບໍລິສັດຮວ່ມທຸລະກິດປະກັນໄພລາວ-ຫວຽດຈຳກັດ (LVI) ແມ່ນບໍລິສັດຮວ່ມທຸລະກິດ ລະ ຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ກຸ່ມບໍລິສັດປະກັນໄພທະນາ ຄານລົງທຶນ ແລະ ພັດທະນາຫວຽດນາມ (BIC), ບໍລິສັດຮວ່ມທຸລະກິດປະກັນໄພ ລາວ-ຫວຽດ ຈໍາກັດ ສ້າງຕັ້ງຂຶ້ນ ແລະ ເລີ່ມເຄື່ອນໄຫວຢ່າງເປັນທາງການໃນເດືອນມິຖຸນາ ປີ 2008, ໂດຍອີງໃສ່ ພື້ນຖານການຮວ່ມມືແບບພິເສດຂອງສອງຊາດ ລາວ-ຫວຽດນາມ.

 

ຕັ້ງແຕ່ເລີ່ມເຄື່ອນໄຫວທຸລະກິດ, ບໍລິສັດຮວ່ມທຸລະກິດປະກັນໄພ ລາວ-ຫວຽດ ຈໍາກັດ ໄດ້ພັດ ທະນາຕົວຢ່າງໄວວາໃນຂົງເຂດທຸລະກິດ ແລະ ການຂະຫຍາຍເຄືອຂ່າຍ. ປີ 2020 ບໍລິສັດຮວ່ມ ທຸລະກິດປະກັນໄພ ລາວ-ຫວຽດ ຈໍາກັດ ມີບຸກຄະລາກອນຫລາຍກວ່າ 100 ຄົນ ຢູ່ສຳ ນັກງານໃຫຍ່ ແລະ ບັນດາແຂວງຕ່າງໆໃນລາວ, ພ້ອມດຽວກັນນັ້ນຍັງມີ 400 ຕົວແທນທີ່ມີຄວາມ ຊຳນານ ດ້ານປະກັນໄພອີກດ້ວຍ, ມີໜ່ວຍບໍລິການຢູ່ 10ແຫ່ງຕາມແຂວງຕ່າງໆຂອງລາວ ແລະ ເຮັດໃຫ້ ບໍລິສັດຮວ່ມທຸລະກິດປະກັນໄພ ລາວ-ຫວຽດ ຈໍາກັດ ກວມຢູ່ທົ່ວປະເທດລາວເຊິ່ງສະແດງ ອອກ ໃນຕຳແໜ່ງທີ່ໝັ້ນຄົງຄືເປັນບໍລິສັດປະກັນໄພອັນດັບສອງທີ່ໃຫຍ່ທີ່ສຸດຢູ່ໃນທ້ອງຕະຫລາດລາວ. ນອກຈາກນີ້,ບໍລິສັດປະກັນໄພຮວ່ມທຸລະກິດລາວ-ຫວຽດຍັງເປັນບໍລິສັດປະກັນໄພແຫ່ງທຳອິດ ແລະ ໜຶ່ງດຽວທີ່ມີເຄືອຂ່າຍກວມເອົາຢູ່ 03ປະເທດ ຂອງແຫລມອິນໂດຈີນໂດຍຜ່ານການເຄື່ອນໄຫວວຽກ ງານຂອງກຸ່ມບໍລິສັດປະກັນໄພທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIC) ຢູ່ປະເທດຫວຽດ ນາມ ແລະ ບໍລິສັດປະກັນໄພກຳປູເຈຍຫວຽດນາມ ຢູ່ປະເທດກຳປູເຈຍ (CVI) ໃນເດືອນກັນຍາ ປີ

 

ຂອບເຂດທຸລະກິດ

ບໍລິສັດຮວ່ມທຸລະກິດປະກັນໄພລາວ-ຫວຽດ ສະໜອງທຸກຜະລິດຕະພັນປະກັນໄພທີ່ບໍ່ແມ່ນປະກັນ ໄພຊີວິດແລະທຸກການເຄື່ອນໄຫວປະກັນໄພຕໍ່

1   ບັນດາຜະລິດຕະພັນປະກັນໄພທີ່ບໍ່ແມ່ນປະກັນໄພຊີວິດ

•    ປະກັນໄພທາງອາກາດ.

•    ປະກັນໄພທຸກໆຄວາມສ່ຽງຂອງຊັບສິນ

•    ປະກັນໄພເຄື່ອງກົນຈັກແລະອຸປະກອນການກໍ່ສ້າງ

•    ປະກັນໄພທຸກຄວາມສ່ຽງໃນການກໍ່ສ້າງແລະຕິດຕັ້ງ

•    ປະກັນໄພການຂົນສົ່ງສິນຄ້າ

•    ປະກັນໄພເງິນ

•    ປະກັນໄພເຮືອບິນ

•    ປະກັນໄພການປ້ອງກັນແລະການສູນເສຍ

•    ປະກັນໄພຄວາມຮັບຜິດຊອບຕໍ່ສາທາລະນະ

•    ປະກັນໄພຍານພາຫະນະ

•    ປະກັນໄພທ່ອງທ່ຽວ

•    ປະກັນໄພຜົນຜະລິດ

•    ປະກັນໄພອຸບັດຕິເຫດສ່ວນບຸກຄົນແລະປະກັນໄພອື່ນໆ.

2   ດ້ານປະກັນໄພຕໍ່

•    ລວມມີທັງພາຍໃນແລະພາຍນອກທີ່ກ່ຽວຂ້ອງກັບທຸກປະເພດຂອງປະກັນໄພ.

3    ດ້ານການເງິນການລົງທຶນ

•    ການຊື້ຂາຍຮຸ້ນແລະພັນທະບັດ,ເຂົ້າຮວ່ມບໍລິສັດຮວ່ມທຶນແລະດ້ານການເງິນການລົງ

•    ເຄື່ອນໄຫວວຽກງານການລົງທຶນພາຍໃຕ້ຂໍ້ກຳນົດໃນປັດຈຸບັນ.

•    ການເຄື່ອນໄຫວການລົງທຶນກໍ່ຍັງຈະປະຕິບັດຕາມຫລັກການຂອງຄວາມປອດໄພ-ປະສິດທິ ພາບ-ຍືນຍົງໝັ້ນຄົງບົນພື້ນຖານຂອງຄວາມປອດໄພ,ຍືນຍົງໝັ້ນຄົງແລະຫລັກການລົງທຶນ ຢ່າງມີປະສິດທິພາບ.

4   ການຮວ່ມມືດ້ານອື່ນໆ

•    ເຄື່ອນໄຫວວຽກງານຖືກຕ້ອງຕາມກົດໝາຍເຊັ່ນ:ການກວດສອບ,ການໃຫ້ຄຳປຶກສາດ້າ