ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ 3 ບ້ານຂອງເມືອງປາກງື່ມ ໄດ້ຮັບເຄື່ອງຊ່ວຍເຫຼືອ
ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ນຳເຄື່ອງຊ່ວຍເຫຼືອໄປມອບໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານປາກກວາງ ເມືອງປາກງື່ມ ໃນວັນທີ 12 ກັນຍາ 2019 ເຊິ່ງມອບໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ແລະ ຮັບໂດຍທ່ານ ໂອໄດ ຈັນສີດາລາດ ເລຂາພັກບ້ານປາກກວາງ ມີທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ທ່ານ ແສງເດືອນ ບຸນຍະແສງ ເຈົ້າເມືອງປາກງື່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນຳມອບຄັ້ງນີ້ ປະກອບມີເຂົ້າສານ 744 ກິໂລ ໝີ່ 62 ແກັດ ປ່ອງປາ 50 ແພັກ ເຄື່ອງນຸ່ງຫົ່ມ 5 ເປົາ ເຄື່ອງດື່ມຊູກຳລັງ 3 ແພັກ ນອກນີ້ ທ່ານເຈົ້າຄອງ ນວ ຍັງໄດ້ມອບເງິນ 5 ລ້ານກີບ ໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມ ເຊິ່ງບ້ານປາກກວາງມີ 166 ຫຼັງຄາເຮືອນ 171 ຄອບຄົວ ພົນລະເມືອງ 918 ຄົນ ຍິງ 484 ຄົນ ໃນນີ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ 62 ຫຼັງຄາເຮືອນ ເນື້ອທີ່ຖືກນ້ຳຖ້ວມ 714 ເຮັກຕາ ໃນນີ້ເນື້ອທີ່ນາເສຍຫາຍ 120 ເຮັກຕາ ສວນພືດຜັກຕ່າງໆ 36 ເຮັກຕາ ແລະ ໜອງປາ 15 ໜອງ.
ພາຍຫຼັງສຳເລັດການມອບເຄື່ອງຊ່ວຍເຫຼືອຢູ່ບ້ານປາກກວາງແລ້ວ ທ່ານເຈົ້າຄອງ ນວ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ບ້ານປາກງື່ມ ແລະ ບ້ານໜອງຂຽດ ເຊິ່ງເຄື່ອງທີ່ມອບປະກອບມີເຂົ້າສານບ້ານລະ 396 ກິໂລ ນ້ຳດື່ມບ້ານລະ 66 ແພັກ ໝີ່ບ້ານລະ 33 ແກັດ ປ່ອງປາບ້ານລະ 20 ແພັກ ເຄື່ອງນຸ່ງຫົ່ມບ້ານລະ 3 ເປົາ ແລະ ເຄື່ອງດື່ມຊູກຳລັງບ້ານລະ 4 ແກັດ ນອກນີ້ເຈົ້າຄອງ ນວ ຍັງໄດ້ມອບເງິນໃຫ້ບ້ານປາກງື່ມ 3 ລ້ານກີບ ແລະ ບ້ານໜອງຂຽດ 2 ລ້ານກີບ ເຊິ່ງຮັບໂດຍນາຍບ້ານຂອງ 2 ບ້ານດັ່ງກ່າວ.
ທ່ານ ຄຳມອນ ສິງລໍຄຳ ຮອງນາຍບ້ານປາກງື່ມ ໄດ້ຕາງໜ້າໃຫ້ບ້ານປາກງື່ມ ແລະ ບ້ານໜອງຂຽດ ລາຍງານວ່າ: ບ້ານປາກງື່ມມີ 276 ຄອບຄົວ ພົນລະເມືອງ 1.115 ຄົນ ຍິງ 567 ຄົນ ໃນນີ້ນ້ຳຖ້ວມເຮືອນປະຊາຊົນ 33 ຫຼັງຄາເຮືອນ ນາ 243 ເຮັກຕາ ສວນ 18 ເຮັກຕາ ແລະ ໜອງປາ 1 ໜອງ ສ່ວນບ້ານໜອງຂຽດ ມີ 298 ຄອບຄົວ ພົນລະເມືອງ 1.037 ຄົນ ຍິງ 534 ຄົນ ເຮືອນປະຊາຊົນຖືກນ້ຳຖ້ວມ 14 ຫຼັງຄາ ນາ 239 ເຮັກຕາ ສວນ 16 ເຮັກຕາ ແລະ ໜອງປາ 17 ໜອງ.
ໂອກາດລົງມອບເຄື່ອງຊ່ວຍເຫຼືອແຕ່ລະຈຸດ ທ່ານເຈົ້າຄອງ ນວ ກໍ່ໄດ້ໃຫ້ກຳລັງໃຈຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ພ້ອມທັງແນະນຳໃຫ້ອຳນາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນ ເມື່ອນ້ຳຫຼຸດລົງແລ້ວ ຕ້ອງໄດ້ເອົາໃຈໃສ່ຟື້ນຟູການຜະລິດ ຟື້ນຟູເສັ້ນທາງ ແລະ ຂົວທີ່ເປ່ເພໃຫ້ສາມາດໄປມາໄດ້ ຟື້ນຟູເຄຫະສະຖານບ້ານຊ່ອງເປັນປົກກະຕິ ພ້ອມທັງເອົາໃຈໃສ່ເບິ່ງແຍງສຸຂະພາບ ເປັນຕົ້ນ ພະຍາດຕີນເປື່ອຍ ແລະ ພະຍາດລະບາດຕ່າງໆ.
source: www.vientianemai.net
ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ ຢຸ່ຫໍພິພະທະພັນ ໄກສອນ ພົມວິຫານ
ວັນທີ 16 ມັງກອນ 2021 ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ນຳໂດຍສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ XI ຂອງປະຊາຊົນ ປະຕິວັດລາວ.
LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ
ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.
LVI ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.
ຂັບລົດຜ່ານເຂດນໍ້າຖ້ວມ
ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7 ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.
-
76767767
-
ຊື້ປະກັນໄພສຸຂະພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້ຮັບການຄ້ຳປະກັນໂຄວິດ-19
-
LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.
-
ກອງປະຂຸມ ຊຸກຍູ້ການຮ່ວມມື ລະຫວ່າງ ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ (LVI)
-
ລົດລູກຄ້າ LVI ເກີດອຸປະຕິເຫດ