ການປະກັນໄພ ທ່ອງທ່ຽວສຳລັບຄົນຕ່າງປະເທດເຂົ້າມາລາວ

  ເບິ່ງແລ້ວ : 11017


I. ຂໍ້ກຳນົດທົ່ວໄປ
ອີງຕາມຂໍ້ກໍານົດລວມທີ່ໄດ້ສະໜອງໃຫ້ນີ້, ບໍລິສັດ ຮ່ວມທຸລະກິດປະກັນໄພລາວ-ຫວຽດ (ຊື່ຫໍ້ຽວ່າ LVI ) ໄດ້ຕົກລົງຄຸ້ມກັນໃຫ້ຄົນຕ່າງປະເທດທີ່ເຂົ້າມາທ່ອງທ່ຽວໃນລາວ ນັບທັງຄົນລາວຢູ່ຕ່າງປະເທດ ( ຕໍ່ໄປນີ້ ເອີ້ນວ່າ ຜູ້ໄດ້ຮັບການປະກັນໄພ ):

1. ເງື່ອນໄຂຂອງບຸກຄົນທີ່ໄດ້ຮັບການປະກັນໄພ
ກ. ຜູ້ທີ່ເຂົ້າມາທ່ອງທ່ຽວໃນປະເທດລາວ, ຢ້ຽມຢາມໝູ່ເພື່ອນ, ຍາດຕິພີ່ນ້ອງ, ເຂົ້າຮ່ວມກອງປະຊຸມສາກົນ, ສຳມະນາ, ກອງປະຊຸມໃຫ່ຽ, ເຂົ້າຮ່ວມຊົມກິລາ ແລະ ການແຂ່ງຂັນຊີເກມ, ສະແດງສິນລະປະ, ມາເຮັດວຽກຢູ່ລາວ
ຂ. ຜູ້ທີ່ກຳລັງດຳລົງຊີວິດຢູ່ລາວ ເຊັ່ນ :ນັກຊ່ຽວຊານ,  ກຳມະກອນ, ນັກຮຽນຮູ້, ຜູ້ເຮັດວຽກໃນຄະນະຜູ້ແທນນັກການທູດ, ໃນອົງການຈັດຕັ້ງສາກົນ ແລະ ໃນເວລາ ມາໃນປະເທດລາວ

2. ໃນກໍລະນີ ຜູ້ໄດ້ຮັບການປະກັນໄພເຂົ້າມາຄົ້ນຄ້ວາສຳຫຼວດ, ເປັນການສ່ຽງໄພອັນຕະລາຍ, ກິລາແຂ່ງລົດ, ແຂ່ງມ້າ, ກິລາແຂ່ງເຮືອ ແລະ ຫຼິ້ນເກມຕ່າງໆ, ແຂ່ງ ຂັນກິລາປະເພດມືອາຊີບເຊັ່ນ : ກິລາເຕະບານ, ຕີມວຍ, ແລ່ນສະກີ້……..ຜູ້ໄດ້ຮັບການປະກັນໄພ ຈະໄດ້ຮັບການຄຸ້ມກັນ ໂດບຍມີເງື່ອນໄຂທີ່ວ່າ ລາວຕ້ອງໄດ້ ຈ່າຍຄ່າທຳນຽມເພີ້ມໃຫ້ LVI ຕາມລະບຽບການເທົ່ານັ້ນ ດັ່ງທີ່ໄດ້ກໍານົດໄວ້ໃນ "ອັດຕາຄ່າທຳນຽມ ແລະ ວົງເງິນຄ້ຳປະກັນ"

 

II. ຂອບເຂດຂອງການຄຸ້ມກັນ
- ຄວາມເສຍຫາຍທາງດ້ານຮ່າງກາຍ ຫຼື ເສຍຊີວິດຍ້ອນອຸປະຕິເຫດ

- ບໍ່ແມ່ນການເຈັບເປັນ ຫຼື ເສຍຊີວິດຍ້ອນອຸປະຕິເຫດໃນຊ່ວງໄລຍະເວລາຂອງການຄຸ້ມກັນ

- ຄວາມໝານຍໃນເງື່ອນໄຂຂອງສັນຍານີ້ ແມ່ນອຸປະຕິເຫດທີ່ເກີດຂຶ້ນຍ້ອນເຫດການຈາກພາຍນອກທີ່ກະທົບແຮງໂດຍບັງເອີນ ເຮັດໃຫ້ຜູ້ໄດ້ຮັບການປະກັນໄພມີຄວາມ ເສຍຫາຍທາງດ້ານຮ່າງກາຍ ແລະ ເປັນສາເຫດໄກ້ຄຽງ ແລະ ສາເຫດໂດກົງຂອງການເສຍຊີວິດ ຫຼື ເຮັດໃຫ້ຜູ້ໄດ້ຮັບການປະກັນໄພ ໄດ້ຮັບຄວາມເສຍຫາຍທາງດ້ານ ຮ່າງກາຍຍ້ອນສາເຫດນັ້ນ

- ຄວາມສູນເສຍຂອງ ຫຼື ຄວາມເສຍຫາຍຕໍ່ກະເປົາເຄື່ອງ ແລະ ເຄື່ອງໃຊ້ສ່ວນຕົວໂດຍສົມເຫດສົມຜົນ ຊຶ່ງມີສ່ວນເກີດຈາກສາເຫດໄຟໄໝ້, ການລະເບີດ, ພາຫະນະຂົນ ສົ່ງຖືກ : ຈົມນ້ຳ, ປີ້ນຂໍ້ວາມ, ຕົກເຮ່ຍເສຍຫາຍ

- ກະເປົາເຄື່ອງຖືກເສຍຫາຍໃນເວລາເດີນທາງ

 

III. ອັດຕາຄ່າທຳນຽມ
ອີງຕາມອັດຕາຄ່າທຳນຽມປະກັນໄພຂອງ LVI ຂ້າງລຸ່ມນີ້

ຕົວຢ່າງ:   
- ວົງເງິນຄ້ຳປະກັນ :  20.000.000 ກີບ
- ໄລຍະເວລາຂອງການຄຸ້ມກັນ :    10 ວັນ
- ຄ່າທຳນຽມເທົ່າກັບ: (20.000.000 ກີບ x 0,015% ) x 10 ວັນ = 30.000  ກີບ /10 ວັນ
- ຄ່າຂຶ້ນທະບຽນ: 10.000 ກີບ
- ຄ່າທຳນຽມທັງໝົດທີ່ຕ້ອງຈ່າຍ: ( 30.000  ກີບ + 10.000 ກີບ ) = 40.000 ກີບ/10 ວັນ
 


IV. ຂໍ້ຍົກເວັ້ນຕ່າງໆ
ບໍລິສັດ ຮ່ວມທຸລະກິດປະກັນໄພ ລາວ-ຫວຽດ ຈະບໍ່ຮັບຜິດຊອບຕໍ່ກັບ:

1. ຄວາມສ່ຽງທີ່ເກີດຂຶ້ນຍ້ອນສາເຫດໂດຍກົງ

ກ. ຜູ້ໄດ້ຮັບການປະກັນໄພມີເຈດຕະນາລະເມີດກົດໝາຍ, ລະເມີດກົດລະບຽບພາຍໃນ, ຂໍ້ກຳນົດຂອງອົງການທ່ອງທ່ຽວ, ຂອງອຳນາດການປົກຄອງທ້ອງຖິ່ນ

ຂ. ການກະທຳດ້ວຍເຈດຕະນາຂອງຜູ້ໄດ້ຮັບການປະກັນໄພ ຫຼື ຜູ້ສືບທອດມໍລະດົກທີ່ຖືກຕ້ອງຕາມກົດໝາຍ( ເປັນຜູ້ມີສິດຮັບສິນທົດແທນໂດຍອີງຕາມໃບ ຢັ້ງຢືນປະກັນໄພ ຫຼື ພິໄນກຳ ຫຼື ອີງຕາມລະບຽບກົດໝາຍ)

ຄ. ຜູ້ໄດ້ຮັບການປະກັນໄພຢູ່ໃນສະພາບເມົາເຫຼົ້າ, ເບຍ, ຢາເສບຕິດເຮັດໃຫ້ມືນເມົາ, ເມົາຢາເສບຕິດ ແລະ ສານກະຕຸ້ນອື່ນໆປະເພດຄ້າຍຄືກັນ

ງ. ສົງຄາມ

2. ຄ່າໃຊ້ຈ່າຍທີ່ເກີດຂຶ້ນ ໃນກໍລະນີດັ່ງຕໍ່ໄປນີ້ ໂດຍອີງຕາມມາດຕາ 10.2

ກ. ຜູ້ໄດ້ຮັບການປະກັນໄພ ເປັນພະຍາດໂຣກຈິດ, ຫຼືວ່າຖືພາ (ຍົກເວັ້ນຫຼຸລູກຍ້ອນເກີດອຸປະຕິເຫດ)ຫຼື ວ່າເກີດລູກ

ຂ. ຜູ້ໄດ້ຮັບການປະກັນໄພສືບຕໍ່ປິ່ນປົວບາດແຜ ຫຼື ການເຈັບປ່ວຍມາແລ້ວກ່ອນສັນຍາປະກັນໄພສະບັບນີ້ມີຜົນບັງຄັບໃຊ້

ຄ. ການຮັກສາປິ່ນປົວຫຼື ການນຳໃຊ້ຢາບໍ່ຖືກຕ້ອງຕາມແພດສັ່ງ

3. ຄວາມສູນເສຍຫຼືຄວາມເສຍຫາຍທີ່ເກີດຂຶ້ນໂດຍອີງຕາມມາດຕາ 12 ຂ້າງລຸ່ມນີ້

ກ.ຄຳ, ເງິນ, ຫີນມີຄ່າ, ເງິນສົດ, ເຊັກທ່ອງທ່ຽວ, ເຊັກ, ພັນທະບັດ, ແລະ ເອກະສານມີຄ່າຄືກັບເງິນ, ໜັງສືຜ່ານແດນ, ໃບຂັບຂີ່, ປີ້ທຸກຊະນິດ,ເອກສານຕ່າງໆ, ເອະສານຫຼັກຖານການຈ່າຍເງິນ, ແບບແຕ້ມ, ໃບອອກແບບຖືກເສຍຫາຍ

ຂ. ເຄື່ອງຂອງທີ່ໄດ້ຮັບການກະທົບ, ປຽກໂດຍບໍ່ເສຍໜ້າທີ່ການນຳໃຊ້ຂອງມັນ

ຄ. ການຢຶດ, ການຮັກສາຄວບຄຸມ, ການຢຶດໄວ້ຈາກເຈົ້າໜ້າທີ່ຜູ້ມີອຳນາດ ( ອີງຕາມລາຍລະອຽດຕ່າງໆ ທີ່ໄດ້ລະບຸໄວ້ໃນແຕ່ລະຂໍ້ຂ້າງເທິງ (1,2,3 ) ແລະ ອີງຕາມລະບຽບການວ່າດ້ວຍການປະກັນໄພທ່ອງທ່ຽວສຳລັບຄົນຕ່າງປະເທດເຂົ້າ ມາລາວ

 

V. ອານາເຂດຂອງການຄ້ຳປະກັນ/ : ສປປ ລາວ

 

VI. ໃນກໍລະນີເກີດອຸປະຕິເຫດ, ຜູ້ໄດ້ຮັບການປະກັນໄພຕ້ອງແຈ້ງ LVI ໃຫ້ຮັບຮູ້ທັນທີ ຕາມເບີໂທ : 020 2555666 & 020 99989666 - ສາຍດວ່ນການຕະຫຼາດ: 020 23344666

 

DOWNLOAD TRAVEL INSURANCE HERE

 


  11-11-2020

ປະກັນໄພຍານພາຫະນະ - LVI FLEX

LVI FLEX ​ແມ່ນ​ຜະ​ລິດ​ຕະ​ພັນ​ຮອບ​ດ້ານ, ລວມ​ທັງ​ປະ​ກັນ​ໄພ​ຄວາມ​ຮັບ​ຜິດ​ຊອບ​ທາງ​ແພ່ງ​ຕໍ່​ບຸກ​ຄົນ​ທີ່ສາມ ແລະ ຕົວ​ລົດ. ຄ່າ​ທຳ​ນຽມ​ເບື້ອງ​ຕົ້ນ​ແມ່ນ 1,500,000 ກີບ ແລະ ວົງ​ເງິນ​ຄຸ້ມ​ກັນ​ສູງ​ເຖີງ 750,000,000 ກີບ.

  15-10-2020

ປະກັນໄພຍານພາຫະນະ - LVI CAR SPECIAL

LVI Car Special bảo hiểm thiệt hại vật chất xe đối với các rủi ro: đâm va với vật thể có định và di động, lật đổ, vỡ kính, cháy và mất cắp theo giới...

  15-10-2020

ປະກັນໄພສຸຂະພາບ LVI CARE - Cho doanh nghiệp

Bạn luôn mong muốn được bảo vệ trước những tai nạn bất ngờ và được sử dụng những dịch vụ y tế thuận tiện khi có rủi ro bệnh tật không mong muốn. Với sản...

  11-11-2020

ປະກັນໄພອຸປະຕິເຫດສ່ວນບຸກຄົນ

ໃນຊີວິດປະຈຳວັນ, ພວກເຮົາປະເຊີນກັບຄວາມສ່ຽງ ແລະ ອຸບັດຕິເຫດທີ່ບໍ່ຄາດຄິດ. ພວກເຮົາຈະເຮັດແນວໃດເພື່ອປົກປ້ອງຕົວເອງ ແລະ ຄົນທີ່ເຮົາຮັກ? ຜະລິດຕະພັນປະກັນໄພອຸບັດຕິເຫດຂອງ LVI ແມ່ນອີກໜຶ່ງວິທີ່ການແກ້ໄຂໃນຂອບເຂດຂອງການບາດເຈັບ ແລະ ຄ່າໃຊ້ຈ່າຍໃນການປິ່ນປົວຍອ້ນອຸບັດຕິເຫດສຳລັບຜູ້ດ້ຮັບການປະກັນໄພທີ່ເກີດຂື້ນໃນຂອບຂດຂອງ ສປປ ລາວ.

  27-10-2020

ປະກັນໄພຍານພາຫະນະ

ເມື່ອຢູ່ໃນການສັນຈອນ, ຄວາມສ່ຽງອາດເກີດຂື້ນໄດ້ຕະຫຼອດເວລາ. ຜູ້ຂັບຂີ່ຈະບໍ່ສາມາດຄາດເດົາ ແລະ ຫລີກລ້ຽງຈາກອຸປະຕິເຫດໄດ້ ເຊີ່ງມັນອາດຈະສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ ແກ່ຜູ້ນຳໃຊ້ຖະໜົນ ແລະ ຕົວທ່ານເອງ. LVI ຊ່ວຍໃຫ້ທ່ານຮູ້ສຶກອຸ້ນໃຈໃນເວລາສັນຈອນ ດ້ວຍຜະລິດຕະພັນປະກັນໄພທີ່ອອກແບບແທດເໝາະ ເພື່ອໃຫ້ລູກຄ້າສາມາດເລືອກຊື້ໄດ້

  19-05-2016

ການປະກນໄພ ທອງທ ຽວໄປ ຕາງປ ະ ເທດັ

ການປະກນໄພ ທອງທ ຽວໄປ ຕາງປ ະ ເທດັ - International Travel Insurance