ຣັດເຊຍ ຄອບງຳຫຼຽນ ໃນການແຂ່ງຂັນ ໂອລິມປິກ ລະດູໜາວ ມື້ສຸດທ້າຍ ທີ່ເມືອງ Sochi

  ເບິ່ງແລ້ວ : 4310


ພວກ​ນັກກີລາ​ແລ່ນ​ສະ​ກີຣັດ​ເຊຍ​ ໄດ້​ກວດ​ເອົາຫຼຽນ​ໄປ​ໝົດ ທັງ​ສາມຫຼຽນ​ ​ໃນການແຂ່ງຂັນ​ຍາດ​ເອົາຫຼຽນ ລາຍການ​ທຳ​ ອິດ ​ໃນ​ຈຳນວນ​ສາມລາຍການ​ ໃນ​ມື້​ສຸດ​ທ້າຍ​ຂອງ​ການ ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ໜາວ ທີ່​ເມືອງ Sochi ນັ້ນ.

ທ້າວ Alexander Legkov ​ໄດ້​ຫຼຽນຄໍາ ຂະນະ​ທີ່ເພື່ອ​ນ ຮ່ວມ​ຊາດ​ອີກ​ສອງຄົນ ​ໄດ້​ຮັບ​ຫຼຽນ​ເງິນ​ແລະ​ທອງ​ແດງ ​ໃນ ​ການ​ແລ່ນ​ສະ​ກີ​ລະຍະ​ໄກ 50 ຫຼັກ​ກິ​ໂລ​ແມັດ ຊຶ່ງເປັນ ການ ຮັບປະກັນ​ວ່າ ປະ​ເທດ​ເຈົ້າພາບຈະ​ໄດ້​ຮັບ​ຫຼຽນ​ຫຼາຍ​ກວ່າ ​ໝູ່ ​ເວລາ​ການ​ແຂ່ງຂັນ​ປະຈຳ​ປີ 2014ສິ້ນສຸດ​ລົງ​ໃນ​ແລງ​ ວັນ​ອາທິດ​ມື້​ນີ້ ດ້ວຍ​ອັນ​ທີ່​ຄາດ​ກັນ​ວ່າ ຈະ​ເປັນ ພິທີ​ອັດ​ການ ແຂ່ງຂັນ​ລົງ​ທີ່​ປະ​ທັບໃຈ​ແລະ​ຕື່ນ​ເຕັ້ນ​ທີ່​ສຸດ​ນັ້ນ.

ປັດຈຸບັນ​ນີ້ ຣັດ​ເຊຍ​ໄດ້​ຮັບທັງ​ໝົດ 32 ຫຼຽນ ຮອງ​ລົງ​ມາ​ແມ່ນ​ສະຫະລັດ ​ໄດ້​ຮັບ 27 ຫຼຽນ ​ແລະ​ Norway ​ໄດ້​ຮັບ26 ຫຼຽນ. ຣັດ​ເຊຍ​ຍັງໄດ້​ຮັບ​ຫຼຽນ​ຄຳ​ລື່ນ​ໝູ່ເຊັ່ນ​ກັນ ຄື​ໄດ້ຮັບ 12 ຫຼຽນ ຕິດຕາມ​ດ້ວຍ Norway ​ທີ່ໄດ້​ຮັບ 11 ຫຼຽນ.

ການ​ແຂ່ງຂັນ​ສອງ​ລາຍການ​ສຸດ​ທ້າຍ ​ໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນ​ການ​ແຂ່ງຂີ່​ລໍ້​ເລື່ອນຫຼື bobsleigh ​ເທິງ​ນ້ຳກ້ອນ ປະ​ເພດຊາຍທີ່​ຂີ່​ນຳ​ກັນ 4 ຄົນ ​ແລະ​ການ​ແຂ່ງຂັນ ຕີຄີປະ​ເພດ​ຊາຍ ​ຊີງ​ເອົາ​ຫຼຽນຄຳ ລະຫວ່າງ​ທີ​ມກາ​ນາ​ດາ ທີ່ປ້ອງ​ກັນ​ແຊັມ ​ແລະ​ທີ​ມSweden

 


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.