ABL ແລະ LVI ເຊັນ​ສາ​ຍາ​ຮ່ວມ​ມື

  ເບິ່ງແລ້ວ : 1813


 ✍️✍️   ເຊັນ​ສັນຍາ​ຮ່ວມ​ມື  ✍️✍️

 

✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨✨

 

ທະນາຄານ ACLEDA Bank Lao ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ LVI ໄດ້ເຊັນສັນຍາຮ່ວມືທາງດ້ານປະກັນໄພທົ່ວ

✅ ໃນວັນທີ 03/01/2020 ທີ່ທີ່ສຳນັກງານ ທະນະຄານ ເອຊີລີດາ ລາວ ຈຳກັດ ໄດ້ຈັດພິທີລົງນາມເຊັນສັນຍາຮ່ວມມື ກັບ ບໍລິສັດຮ່ວມທຸລະກິດປະກັນໄພ ລາວ ຫວຽດ ຈຳກັດ. (LVI)ຈຸດປະສົງແມ່ນເພື່ອເພີ້ມທະວີການພົວພັນຮ່ວມມື, ສົ່ງເສີມໃຫ້ເກີດຜົນປະໂຫຍດສູງສຸດໂດຍການນຳສະເໜີບັນດາຜະລິດຕະພັນ, ການບໍລິການທາງດ້ານການເງິນທີ່ດີທີ່ສຸດໃຫ້ແກ່ລູກຄ້າ.

✅ ພິທີເຊັນສັນຍາເຂົ້າຮ່ວມໂດຍ ທ່ານ Hay SVAY ຜູ້ອຳນວຍການໃຫຍ່ ທະນາຄານ ເອຊີລີດາ ລາວ ແລະ ທ່ານ ຫງຽນ ຫວຽດ ຮ່າຍ ຜູ້ອຳນວຍການໃຫຍ່ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ ຈຳກັດ ພ້ອມດ້ວຍບັນດາຄະນະພະແນກຂອງທັງສອງຝ່າຍ.

✅ ທະນາຄານ ເອຊີລີດາ ແລະ ບໍລິສັດ LVI ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການຮ່ວມມືຮອບດ້ານ ໂດຍສະເພາະແມ່ນການໃຫ້ບູລິມະສິດໃນການນຳໃຊ້ຜະລິດຕະພັນຕ່າງໆຂອງທັງສອງຝ່າຍ , ເພີ້ມທະວີໃນການຂາຍໄຂ່ວຜະລິດຕະພັນ ພ້ອມທັງແນະນຳລູກຄ້າ ນຳໃຊ້ຜະລິດຕະພັນຕ່າງໆຂອງຄູ່ຮ່ວມທຸລະກິດ.

✅ ທ່ານ ຫງຽນ ຫວຽດ ຮ່າຍ ຜູ້ອຳນວຍການໃຫຍ່ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດໄດ້ໃຫ້ຮູ້ຕື່ມວ່າ: ໃນເດືອນ 12 ປີ 2018, ທະນາຄານ ເອຊີລີດາ ໄດ້ເຊັນສັນຍາຮ່ວມມືກັບສອງບໍລິສັດປະກັນໄພທົ່ວໄປ ແລະ ບໍລິສັດ LVI. ພາຍຫຼັງຕີລາຄາຜົນການຮ່ວມມືໜຶ່ງປີ, ທະນາຄານ ເອຊີລີດາໄດ້ຄັດເລືອກເອົາ ບໍລິສັດ LVI ເປັນຄູ່ຮ່ວມມືແຕ່ພຽງຜູ້ດຽວ ໃນການຮ່ວທຸລະກິດປະກັນໄພຢ່າງຮອບດ້ານ ເຊີ່ງໄດ້ຊອດຄ່ອງກັບລະບຽບຂອງກະຊວງການເງິນວາງອອກ. ພ້ອມກັນນັ້ນ, ກໍ່ຢັ້ງຢືນໄດ້ເຖິງຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການຂອງບໍລິສັດ LVI ໃນຕະຫຼາດປະກັນໄພລາວ. ຂ້າພະເຈົ້າຄາດ ຫວັງວ່າ, ນີ້ແມ່ນຂີດໝາຍໃໝ່ໃນການຮ່ວມມືລະຫວ່າງທັງສອງຝ່າຍ ແລະ ການພັດທະນາຊ່ອງທາງຂາຍຜ່ານ Bancassurance ຂອງ ບໍລິສັດLVI.

 

 

 

 

 

 


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.