ເຊັນ​ສັນຍາ​ຮ່ວມ​ມື

  ເບິ່ງແລ້ວ : 3247


ເຊັນ​ສັນຍາ​ຮ່ວມ​ມື

       ​ໃນ​ວັນ​ທີ 06/12/2018, ທີ່​ສຳນັກງານ ທະນະ​ຄານ ​ເອຊີ​ລີ​ດາ ລາວ ຈຳກັດ ​ໄດ້​ຈັດ​ພິທີລົງ​ນາມເຊັນ​ສັນຍາ​ຮ່ວມ​ມື​ ກັບ ​ບໍລິສັດຮ່ວມ​ທຸລະ​ກິດປະກັນ​​ໄພ ລາວ ຫວຽດ ຈຳກັດ. (LVI)ຈຸດປະສົງ​ແມ່ນ​​ເພື່ອ​​ເພີ້​ມທະວີ​ການ​ພົວພັນ​ຮ່ວມ​ມື, ສົ່ງ​ເສີມ​ໃຫ້​ເກີດຜົນປະ​​ໂຫຍ​ດສູງ​ສຸດ​​ໂດຍ​ການ​ນຳ​ສະ​​ເໜີບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ທາງ​ດ້ານ​ການ​ເງິນທີ່​ດີ​ທີ່​ສຸດ​ໃຫ້​ແກ່​ລູກ​ຄ້າ.

       ​ເປັນ​ກຽດ​ຮ່ວມ​ພິທີ​ເຊັນ​ສັນຍາ​ມີ ທ່ານ​ຜູ້ອຳນວຍການໃຫຍ່​ພ້ອມ​ດ້ວຍບັນດາ​ຄະນະ​ພະ​ແນ​ກສຳນັກງານ​ໃຫຍ່ ທະນະ​ຄານ​ ເອຊີ​ລີ​ດາ ລາວ ​ແລະ ບໍລິສັດ​ຮ່ວມ​ທຸລະ​ກິດ​ປະກັນ​ໄພລາວ ຫວຽດ.

       ACLEDA Bank Lao Ltd, ​ແລະ LVI ​ໄດ້​ໃຫ້​ຄຳ​ໝັ້ນ​, ​ບູລິ​ມະ​ສິດ​ໃນ​ການ​ນຳ​ໃຊ້​ຜະລິດ​ຕະພັນຕ່າງໆ​ຂອງ​​ແຕ່ລະ​​ຝ່າຍ , ​ເພີ້​ມທະວີ​ໃນ​ການ​ຂາຍ​​ໄຂ່ວຜະລິດ​ຕະພັນ, ການ​ບໍລິການ​ຂອງ​ຄູ່​ຮ່ວມ​ທຸລະ​ກິດ ​ແລະ ຮັບປະກັນ​ໃນ​ການ​ຮັກສາ​ຂໍ້​ມູນ, ​ເອກະສານ​ລູກ​ຄ້າ ​ໃນ​ການດຳ​ເນີນ​ທຸລະ​ກິດ​ຂອງທັງ​ສອງຝ່າຍ.

 

 

 

ທະນະ​ຄານ ເອຊີ​ລີ​ດາລາ​ວ​ ຈຳກັດ: ACLEDA Bank Lao Ltd,

      ທະນະ​ຄານ ເອຊີ​ລີ​ດາ ລາ​ວ​ ຈຳກັດ ​ໄດ້​ສ້າງ​ຕັ້ງ​ນັບ​ແຕ່​ວັນ​ທີ່ 08/07/2008 ພາຍຫຼັງ 10 ປີ ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ທະນະ​ຄານ ​ເອຊີ​ລີ​ດາ ລາ​ວ​ ຈຳກັດ ໄດ້​ກາຍ​ເປັນ​ທະນະ​ຄານ​ໜຶ່ງ​ທີ່​ດຳ​ເນີນ​ທຸລະ​ກິດ​ໄດ້​ຮັບ​ໝາກຜົນ​ດີ​ໃນ​ຕະຫຼາດ​ທະນະ​ຄານ. ປະຈຸ​ບັນ, ທະນະ​ຄານ​ ເອຊີ​ລີ​ດາ ລາ​ວ ຈຳກັດ ມີ​ພະນັກງານທັງ​ໝົດ​ຫຼາຍ​ກ່ວາ 1.000 ຄົນ​ທີ່​ບໍລິການ​ລູກ​ຄ້າ​ໃນ 14 ສາຂາ ​ແລະ 25 ໜ່ວຍ​ບໍລິການ​ ແລະ ຕູ້​ເອທີ​ເອັມທັງໝົດ 55 ຕູ້​ໃນ​ທົ່ວ​ປະ​ເທດ​ໄວ້​ຄອຍ​ບໍລິການ 24 ຊົ່ວ​ໂມງ. ​ແລະ  ຍັງ​ມີ​ຜະລິດ​ຕະພັນ​ໃໝ່ “​ເອຊີ​ລີ​ດາ ທັນ​ໃຈ” ​ເຊິ່ງ​ເປັນ​ Application  ທີ່​ອຳ​ນວຍ​ຄວາມ​ສະດວກໃຫ້​ແກ່​ລູກ​ຄ້າ​ສາມາດ​ເຮັດ​ທຸລະ​ກຳ​ໄດ້​ທຸກ​ທີ່​ທຸກ​ເວລາ

 

ບໍລິສັດ​ຮ່ວມ​ທຸລະ​ກິດ​ປະກັນ​ໄພ ລາວ ຫວຽດ (LVI):

          ບໍລິສັດ​ຮ່ວມ​ທຸລະ​ກິດ​ປະກັນ​ໄພ​ລາວ ຫວຽດ ຈຳ​ກັດ​ແມ່ນ​ບໍລິສັດ​ຂອງ​ທະນະ​ຄານ ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ​ໄດ້​ສ້າງ​ຕັ້ງ​ຂື້ນ​ໃນ​ວັນ​ທີ 21/06/2008.

          ພາຍຫຼັງ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, LVI ​ໄດ້​ກາຍ​ເປັນ​ບໍລິສັດ​ປະກັນ​ໄພ​ຢື່ນຢູ່​ອັນ​ດັບ​ສອງ​ຂອງ​ຕະຫຼາດ​ປະ ກັນ​ໄພ​ລາວ ​ໂດຍ​ມີ 03 ສາຂາ, 13 ໜ່ວຍ​ບໍລິການ, ມີ​ພະນັກງານ​ຫຼາຍ​ກ່ວາ 100 ຄົນ ​ແລະ ມີ​ຕົວ​ແທນ 300 ຕົວ​ແທນ​ໃນ​ທົ່ວ​ປະ​ເທດ. ພິ​ເສດ, LVI ​ແມ່ນ​ບໍລິສັດ​ທຳ​ອິດ​ໃນ​ຕະຫຼາດ​ປະກັນ​ໄພ​ ທີ່​ໄດ້​ຂະຫຍາ​ຍຊ່ອງ​ທາງ​ການ​ຂາຍ​ປະກັນ​ໄພ​ຜ່ານລະບົບ Bancassurance​ໃຫ້​ກັບ​ບັນດາ​ທະນະ​ຄານ, ບໍລິສັດ​ເຊົ່າ​ສິນ​ເຊື່ອ​ຢູ່​ໃນ​ລາວ.

 


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.