ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ 3 ບ້ານຂອງເມືອງປາກງື່ມ ໄດ້ຮັບເຄື່ອງຊ່ວຍເຫຼືອ

  ເບິ່ງແລ້ວ : 1983


ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ 3 ບ້ານຂອງເມືອງປາກງື່ມ ໄດ້ຮັບເຄື່ອງຊ່ວຍເຫຼືອ

 

    ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຮ່ວມ​ກັບ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ນວ ນຳ​ເຄື່ອງ​ຊ່ວຍ­ເຫຼືອ​ໄປ​ມອບ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ຢູ່​ບ້ານ​ປາກ​ກວາງ ເມືອງ​ປາກ​ງື່ມ ໃນ​ວັນ​ທີ 12 ກັນ­ຍາ 2019 ເຊິ່ງ​ມອບ​ໂດຍ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ແລະ ຮັບ​ໂດຍ​ທ່ານ ໂອ​ໄດ ຈັນ​ສີ­ດາ​ລາດ ເລ­ຂາ​ພັກ​ບ້ານ​ປາກ​ກວາງ ມີ​ທ່ານ​ນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ນວ ທ່ານ ແສງ​ເດືອນ ບຸນ​ຍະ​ແສງ ເຈົ້າ­ເມືອງ​ປາກ​ງື່ມ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ເຄື່ອງ​ທີ່​ນຳ​ມອບ​ຄັ້ງ​ນີ້ ປະ­ກອບ​ມີ​ເຂົ້າ­ສານ 744 ກິ​ໂລ ໝີ່ 62 ແກັດ ປ່ອງ​ປາ 50 ແພັກ ເຄື່ອງ­ນຸ່ງ​ຫົ່ມ 5 ເປົາ ເຄື່ອງ​ດື່ມ​ຊູ​ກຳ­ລັງ 3 ແພັກ ນອກ​ນີ້ ທ່ານ​ເຈົ້າ​ຄອງ ນວ ຍັງ​ໄດ້​ມອບ​ເງິນ 5 ລ້ານ​ກີບ ໃຫ້​ກັບ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ນ້ຳ​ຖ້ວມ ເຊິ່ງ​ບ້ານ​ປາກ​ກວາງ​ມີ 166 ຫຼັງ­ຄາ​ເຮືອນ 171 ຄອບ­ຄົວ ພົນ­ລະ­ເມືອງ 918 ຄົນ ຍິງ 484 ຄົນ ໃນ​ນີ້​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ 62 ຫຼັງ­ຄາ​ເຮືອນ ເນື້ອ­ທີ່​ຖືກ​ນ້ຳ​ຖ້ວມ 714 ເຮັກ­ຕາ ໃນ​ນີ້​ເນື້ອ­ທີ່​ນາ​ເສຍ​ຫາຍ 120 ເຮັກ­ຕາ ສວນ​ພືດ​ຜັກ​ຕ່າງໆ 36 ເຮັກ­ຕາ ແລະ ໜອງ​ປາ 15 ໜອງ.

    ພາຍ­ຫຼັງ​ສຳ­ເລັດ​ການ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ຢູ່​ບ້ານ​ປາກ​ກວາງ​ແລ້ວ ທ່ານ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຄະ­ນະ ກໍ່​ໄດ້​ເດີນ­ທາງ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ໃຫ້​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ບ້ານ​ປາກ​ງື່ມ ແລະ ບ້ານ​ໜອງ​ຂຽດ ເຊິ່ງ​ເຄື່ອງ​ທີ່​ມອບ​ປະ­ກອບ​ມີ​ເຂົ້າ­ສານ​ບ້ານ​ລະ 396 ກິ​ໂລ ນ້ຳ​ດື່ມ​ບ້ານ​ລະ 66 ແພັກ ໝີ່​ບ້ານ​ລະ 33 ແກັດ ປ່ອງ​ປາ​ບ້ານ​ລະ 20 ແພັກ ເຄື່ອງ­ນຸ່ງ​ຫົ່ມ​ບ້ານ​ລະ 3 ເປົາ ແລະ ເຄື່ອງ​ດື່ມ​ຊູ​ກຳ­ລັງ​ບ້ານ​ລະ 4 ແກັດ ນອກ​ນີ້​ເຈົ້າ​ຄອງ ນວ ຍັງ​ໄດ້​ມອບ​ເງິນ​ໃຫ້​ບ້ານ​ປາກ​ງື່ມ 3 ລ້ານ​ກີບ ແລະ ບ້ານ​ໜອງ​ຂຽດ 2 ລ້ານ​ກີບ ເຊິ່ງ​ຮັບ​ໂດຍ​ນາຍ­ບ້ານ​ຂອງ 2 ບ້ານ​ດັ່ງ­ກ່າວ.

    ທ່ານ ຄຳ​ມອນ ສິງ​ລໍ​ຄຳ ຮອງ​ນາຍ­ບ້ານ​ປາກ​ງື່ມ ໄດ້​ຕາງ­ໜ້າ​ໃຫ້​ບ້ານ​ປາກ​ງື່ມ ແລະ ບ້ານ​ໜອງ​ຂຽດ ລາຍ​ງານ​ວ່າ: ບ້ານ​ປາກ​ງື່ມ​ມີ 276 ຄອບ­ຄົວ ພົນ­ລະ­ເມືອງ 1.115 ຄົນ ຍິງ 567 ຄົນ ໃນ​ນີ້​ນ້ຳ​ຖ້ວມ​ເຮືອນ​ປະ­ຊາ­ຊົນ 33 ຫຼັງ­ຄາ​ເຮືອນ ນາ 243 ເຮັກ­ຕາ ສວນ 18 ເຮັກ­ຕາ ແລະ ໜອງ​ປາ 1 ໜອງ ສ່ວນ​ບ້ານ​ໜອງ​ຂຽດ ມີ 298 ຄອບ­ຄົວ ພົນ­ລະ­ເມືອງ 1.037 ຄົນ ຍິງ 534 ຄົນ ເຮືອນ​ປະ­ຊາ­ຊົນ​ຖືກ​ນ້ຳ​ຖ້ວມ 14 ຫຼັງ­ຄາ ນາ 239 ເຮັກ­ຕາ ສວນ 16 ເຮັກ­ຕາ ແລະ ໜອງ​ປາ 17 ໜອງ.

    ໂອ­ກາດ​ລົງ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ແຕ່​ລະ​ຈຸດ ທ່ານ​ເຈົ້າ​ຄອງ ນວ ກໍ່​ໄດ້​ໃຫ້​ກຳ­ລັງ​ໃຈ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ນີ້ ພ້ອມ​ທັງ​ແນະ­ນຳ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ ເມື່ອ​ນ້ຳ​ຫຼຸດ​ລົງ​ແລ້ວ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຟື້ນ​ຟູ​ການ​ຜະ­ລິດ ຟື້ນ​ຟູ​ເສັ້ນ­ທາງ ແລະ ຂົວ​ທີ່​ເປ່​ເພ​ໃຫ້​ສາ­ມາດ​ໄປ​ມາ​ໄດ້ ຟື້ນ​ຟູ​ເຄ­ຫະ​ສະ­ຖານ​ບ້ານ​ຊ່ອງ​ເປັນ​ປົກ­ກະ­ຕິ ພ້ອມ​ທັງ​ເອົາ­ໃຈ­ໃສ່​ເບິ່ງ­ແຍງ​ສຸ­ຂະ­ພາບ ເປັນ­ຕົ້ນ ພະ­ຍາດ​ຕີນ​ເປື່ອຍ ແລະ ພະ­ຍາດ​ລະ­ບາດ​ຕ່າງໆ.

 

 

source: www.vientianemai.net


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.