ບໍລິສັດ ຮ່ວມທຸລະກິດປະກັນໄພລາວ-ຫວຽດ ໄດ້ເປັນກຽດຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຄົບຮອບ 10 ປີ.

  ເບິ່ງແລ້ວ : 1850


 

 ບໍລິສັດ ຮ່ວມທຸລະກິດປະກັນໄພລາວ-ຫວຽດ ໄດ້ເປັນກຽດຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດຄົບຮອບ 10 ປີ. 

   ຜ່າມມາ, ທີ່ນະຄອນຫຼວງວຽງຈັນ, ບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດ (LVI) ໄດ້ເປັນກຽດຈັດງານສະເຫຼີມສະຫຼອງວັນສ້້າງຕັ້ງບໍລິສັດຄົບຮອບ 10 ປີ.

   ເປັນກຽດເຂົ້າຮ່ວມງານມີ ທ່ານ ເຈິນ ຮວາຍ ອານ, ສະມະຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດປະກັນໄພ BIDV (BIC), ພ້ອມທັງເປັນປະທານສະພາບໍລິຫານ ບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດ, ຕາງໜ້າຄະນະນຳຂອງ BIC, ທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ບັນດາທ່ານ ອາດິດປະທານສະພາບໍລິຫານ, ອາດີດຜູ້ອຳນວຍການໃຫຍ່ຂອງ LVI ແຕ່ລະສະໄໝ ພ້ອມດວ້ຍບັນດາຄະນະພະແນກ, ອ້າຍນ້ອງພະນັກງານ LVI. ໂດຍສະເພາະ, ໃນງານຍັງມີບັນດາລູກຄ້າ, ບັນດາຄູ່ຄ້າຂອງ LVI ໃນໄລຍະຕະຫຼອດ 10 ປີ ເຄື່ອນໄຫວທຸລະກິດ.

   ປະຕິບັດຕາມແຜນຍຸດທະສາດຂອງທະນະຄານ BIDV ແລະ ບໍລິສັດປະກັນໄພ BIC ແນໃສ່ເພື່ອຮັດແຄບລະບົບຕ່ອງໂສ້ການບໍລິການທາງດ້ານການເງິນ, ທະນະຄານ, ປະກັນໄພໃຫ້ກັບລູກຄ້າຢູ່ໃນຕະຫຼາດລາວ, ວັນທີ 21/6/2018, BIC, BCEL ແລະ ທະນະຄານຮ່ວມທຸລະກິດລາວ ຫວຽດ(LVB) ໄດ້ຮ່ວມມືສ້າງຕັ້ງ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ(LVI). ຜ່ານໄລຍະ 10 ປີ ແຫ່ງການດຳເນີນທຸລະກິດ, ດ້ວຍເປົ້າໝາຍ ແລະ ແຜນຍຸດທະສາດທີ່ຊັດເຈນ, ແບບແຜນການເຮັດວຽກທີ່ເປັນມືອາຊີບພ້ອມດວ້ຍຄວາມມານະສູ້ຊົນ, ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, LVI ໄດ້ປະສົບຜົນສຳເລັດຢ່າງໜ້າປະທັບໃຈ.

   ພາຍຫຼັງ 10 ປີ, ລາຍຮັບຂອງ LVI ໄດ້ເພີ້ມຂື້ນຫຼາຍກ່ວາ 41 ເທົ່າ, ກຳໄລຍັງສືບຕໍ່ຮັກສາໃນລະດັບສູງເລື້ອຍໆນັບແຕ່ປີ 2012 ຈົນເຖິງປະຈຸບັນ. ປະຈຸບັນ LVI ແມ່ນຢືນຢູ່ອັນດັບສອງຂອງຂົງເຂດລາຍຮັບປະກັນໄພ ແລະ ແມ່ນໜຶ່ງໃນບໍລິສັດປະກັນໄພທີມີອັດຕາກຳໄລສູງສຸດໃນຕະຫຼາດປະກັນໄພລາວ. ຄຽງຂ້າງກັບຜົນດຳເນີນທຸລະກິດ, LVI ຍັງສ້າງໄດ້ເຄືອຂ່າຍການບໍລິການທີ່ໃຫຍ່ທີ່ສຸດໃນຕະຫຼາດປະກັນໄພລາວຄື: ມີ 03 ສາຂາ, 12 ໜ່ວຍບໍລິການ, 120 ຈຸດຂາຍໄຂ່ວ Bancassurance, ພະນັກງານ 85 ຄົນ ແລະ ຕົວແທນຫຼາຍກ່ວາ 300 ຕົວແທນໃນທົ່ວປະເທດ. ສຳລັບລະບົບ BIC, LVI ກໍ່ປຽ່ບເໝືອນດາວທີ່ສະຫວ່າງສະໄຫວຢູ່ໃນຕະຫຼາດປະກັນໄພຕ່າງປະເທດ. ໃນແຕ່ລະປີໄດ້ປະກອບສ່ວນ 10 – 15% ເຂົ້າໃນກຳໄລລວມຂອງບໍລິສັດແມ່.

✅ ໃນວາລະໂອກາດນີ້ ທ່ານ ເຈິນ ຮວາຍ ອານ, ສະມະຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດປະກັນໄພ BIDV (BIC), ພ້ອມທັງເປັນປະທານສະພາບໍລິຫານ ບໍລິສັດຮ່ວມທຸລະກິດປະກັນໄພລາວ ຫວຽດ, ໄດ້ໃຫ້ຄຳເຫັນ, ຕີລາຄາສູງຜົນສຳເລັດທີ່ LVI ບັນລຸໄດ້ຕະຫຼອດໄລຍະ 10 ປີ ຂອງການດຳເນີນທຸລະກິດ. ເຫັນໄດ້ວ່າຕະຫຼາດປະກັນໄພລາວແມ່ນຕະຫຼາດປະກັນໄພໜຶ່ງທີ່ມີທ່າແຮງ ແລະ ມີການຂະຫຍາຍຕົວຢ່າງຟົດຟື້ນ, ທ່ານ ເຈີນ ຮວາຍ ອານ ໄດ້ກຳນົດເປົ້າໝາຍໃຫ້ LVI ໃນອານາຄົດອັນມໍ່ໆນີ້ຄື: ສ້າງ LVI ໃຫ້ກາຍເປັນບໍລິສັດປະກັນໄພທີ່ທັນສະ ໄໝ, ສອດຄ່ອງກັບມາດຕະຖານສາກົນ ດ້ວຍຄຸນນະພາບການບໍລິການ ແລະ ຜົນການດຳເນີນທຸລະກິດຢູ່ລະດັບແຖວໜ້າໃນຕະຫຼາດປະກັນໄພລາວ, ເປັນບໍລິສັດປະກັນໄພທີມີອັດຕາກຳໄລສູງສຸດຢູ່ເລື້ອຍໆ ແລະ ເປັນບໍລິສັດປະກັນໄພທຳອິດທີ່ໄດ້ຮັບການຈັດລະດັບຄວາມໜ້າເຊື່ອຖືຈາກອົງການທີ່ມີຊື່ສຽງທາງດ້ານການຈັດລະດັບໃນລາວ.

 

----------------------------------------------------------------------------------

 

 

 

 

 

 

 

 

 

 

 

 

----------------------------------------------------------------------------------

ກະລຸນາພົວພັນຕາມເບີໂທເພື່ອໄດ້ຮັບຄໍາແນະນໍາ:
    
020 2334 4666
Call center
   
1465

   ທ່ານສາມາດຊື້ປະກັນໄພໄດ້່ທີ່:

   ຫ້ອງການ, ຕົວແທນປະກັນໄພ LVI ທົ່ວປະເທດ.
   ສາຂາ
APB, BCEL, Lao – Viet Bank, BCEL ທົ່ວປະເທດ.


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.