LVI ສົມ​ມະ​ນາ​ຄຸນ​ໃຫ້ແກ່​ລູກ​ຄ້າ

  ເບິ່ງແລ້ວ : 3945


LVI ສົມ​ມະ​ນາ​ຄຸນ​ໃຫ້ແກ່​ລູກ​ຄ້າ

​ໃນວັນ​ທີ 13/01/2017 ທີ່​ຜ່ານ​ມາ ບໍລິສັດ​ຮ່ວມ​ທຸລະ​ກິດ​ປະກັນ​ໄພ ລາວ - ຫວຽດ (LVI) ​ໄດ້​ຈັດ​​ກອງ​ປະຊຸມ​ຕົວ​ແທນ​​​ຂື້ນ ຢູ່ທີ່​​ໂຮງ​ແຮມ ​ເມື່ອງ​ແທງ (ນະ​ຄອນຫຼວງ ວຽງຈັນ) ​ແລະ ໄດ້​ຈັດ​​ພິທີ​ຈັບ​ສະຫຼກຫາ​ຜູ້​ໂຊກ​ດີ​ສຳລັບ​ລູກ​ຄ້າທີ່​ຊື້ປະກັນ​ໄພ​ຍານພາຫະນະ​ກັບ LVI ນັບ​ແຕ່​ວັນ​ທີ 15/11/2016 ​ເຖິງ​ວັນ​ທີ 31/12/2016​. ນີ້​ແມ່ນ​ລາຍການ ທີ່ LVI ປະຕິບັດ​ແນ່​ໃສ່​ເພື່ອ​ເປັນ​ການສົມ​ມະ​ນາ​ຄຸນ​ ​ແລະ ຕອບ​ແທນໃຫ້​ແກ່​ລູກ​ຄ້າ​ໃນ​​ທົ່ວ​ປະ​ເທດ ​ເນື່ອງ​ໃມ​ໂອກາດ​ສະ​ເຫຼີມສະຫຼອງວັນຊາດທີ່ 2 ທັນວາ​ ຄົບຮອບ 41 ປີ. ​ເປັນ​ກຽດ​ເຂົ້າ​ຮ່ວມ​ງານ​ໃນ​ຄັ້ງ​ນີ້ມີ​​ ​ຕາງໜ້າ​ມາ​ຈາກ ລັດວິສາຫະກິດການບິນລາວ, ທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນະຄານຮ່ວມພັດທະນາ..... ​ແລະ ຕົວ​ແທນ​ປະກັນ​ໄພຫຼາຍກ່ວາ 40 ຕົວ​ແທນ ​ພ້ອມ​ກດ້ວຍຄະນະອຳນວຍ​ການ ​ແລະ ອ້າຍ​ນ້ອງພະນັກງານ LVI ​ໃນ​ທົ່ວ​ປະ​ເທດ. ພາຍຫຼັງການ​ການ​ຈັບ​ສະຫຼາກ LVI ​ໄດ້ລູກ​ຄ້າຜູ້​ໂຊກ​ດີ ຈຳນວນ 56 ທ່ານ​ທີ່​ເປັນ​ຜູ້​ໂຊກ​ດີ​ໃນ​ຄັ້ງ​ນີ້​.  

ປະຈຸ​ບັນ LVI ​ແມ່ນໜຶ່ງ​ໃນບັນດາ​ບໍລິສັດ​ປະກັນ​ໄພທີ່​ຢືນຢູ່​ແຖວ​ໜ້າ​ຂອງ ສປປ ລາວ, ມີ​ເຄືອຄ່າຍທາງ​ດ້ານ​ການ​ຕະຫຼາດທີ​ກ້ວາງ​ທີ່​ສຸດ ມີ 02 ສາຂາ ​ແລະ 12 ໜ່ວຍ​ບໍລິ​ການ​ທາງ​ດ້ານ​ການ​ຕະຫຼາດ ​ໃນທົ່ວ​ປະ​ເທດ. LVI ​ໃຫ້​ຄໍາໝັ້ນສັນຍາ​ວ່າຈະນຳ​ເອົາ​ຜະລິດ​ຕະພັນ​ທີ່​ດີ​ທີ່​ສຸດ​ມາ​​​ໃຫ້​ລູກ​ຄ້າ, ນະ​ໂຍບາຍ​ການ​ທົດ​ແທນ​ທີ່​ວ່ອງ​ໄວ ​ແລະ ​ເພິ່ງ​ພໍ​ໃຈ. LVI ຂໍສະແດງຄວາມດີໃຈນຳລູກຄ້າຜູ້ໂຊກດີທີ່ຊື້ປະກັນໄພ ແລະ ໄດ້ຮັບລາງວັນດັ່ງລາຍລະອຽດລຸ່ມນີ້:

     1. ລາງວັນທີໜຶ່ງ ລົດຈັກ Scoopy i ມີ 01 ລາງວັນ  ລູກຄ້າຜູ້ໂຊກດີແມ່ນ: 

             ທ່ານ ທົງລຽນເດີ  ເລກທີສັນຍາປະກັນໄພ 338523

     2. ລາງວັນທີສອງໂທລະສັບ Iphone 7 Plus (32GB) ມີ 02 ລາງວັນ ລາງວັນລະ 01 ໜ່ວຍ ລູກຄ້າຜູ້ໂຊກດີແມ່ນ:  

             ລູກຄ້າທ່ານ ພູນສະຫວັດ ເລກທີສັນຍາປະກັນໄພ 673431

             ລູກຄ້າ MR.SUCHAOWADEE ເລກທີສັນຍາປະກັນໄພ 355509

     3. ລາງວັນທີສາມ  Samsung Galaxy J7  ມີ 03 ລາງວັນລະ 01 ໜ່ວຍ ລູກຄ້າຜູ້ໂຊກດີແມ່ນ  

             ລູກຄ້າ ທ່ານ ນາງ ນູ້ລໍ້ ເລກທີສັນຍາປະກັນໄພ 604510

             ລູກຄ້າ STORA ENSO COMPANY ເລກທີສັນຍາປະກັນໄພ 679830

             ລູກຄ້າ ພ/ນ ການເງີນແຂວງ ເລກທີສັນຍາປະກັນໄພ 677572

     4.  ລາງວັນຊົມເຊີຍຄັນຮົ່ມ LVI  ມີ 50 ລາງວັນ ລາງວັນລະ 01 ກ້ານ ລາຍຊື່ລູກຄ້າຜູ້ໂຊກດີລາງວັນຊົມເຊີຍແມ່ນໃຫ້ເບີ່ງຕາມ                        www.laovietinsurance.com

 

      ບາງ​ຮູບ​ພາບ​ກ່ຽວກັບ​ພິທີ​ຈັບສະຫຼາກດັ່ງ​ລຸ່ມ​ນີ້:


  10-05-2022

76767767

7iu

  30-04-2021

ຊື້ປະ​ກັນ​ໄພ​ສຸ​ຂະ​ພາບຜ່ານແອັບ BCEL One, LVB DigiBank, U-Money ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໂຄວິດ-19

ບໍລິສັດ ຮ່ວມທຸລະກິດປະກັນໄພລາວ - ຫວຽດ (LVI) ໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານຮ່ວມທຸລະກິດລາວ - ຫວຽດ(LaoVietBank), ແລະ ບໍລິສັດ StarFintech ຂອງ Unitel ເພື່ອເປີດ​ຊ່ອງ​ທາງ​ໃຫມ່​ໃນ​ການ​ຂາຍຜະລິດຕະພັນປະກັນໄພສຸຂະພາບ, ​ໃນ​ນັ້ນ​ມີ​ການຈ່າຍຄ່າໃຊ້ຈ່າຍໃນການກວດ ແລະ ປິ່ນປົວພະຍາດໂຄວິດ -19.

  22-04-2021

LVI ແມ່ນ ໜຶ່ງໃນ 52 ຫົວໜ່ວຍທຸລະກິດ ທີ່ມີຜົນງານດີ່ເດັ່ນ ປະເພດ I ໃນການປະຕິບັດພັນທະສວຍສາອາກອນ ເຂົ້າງົບປະມານແຫ່ງລັດ ປະຈຳປີ 2020.

ໃນວັນທີ 19 ເມສາ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນແຫ່ງ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍທີ່ລະນຶກ ປະເພດ I, ປະເພດ II ໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດທີ່ມີຜົນງນ ໃນການປະຕິບັດມອບພັນທະສວຍສາອາກອນ ປະຈຳປີ 2020. ເປັນກຽດເຂົ້າຮ່ວມ ພິທີດັ່ງກ່າວແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ - ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ - ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ...

  21-04-2021

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI)

ກອງ​ປະ​ຂຸມ ຊຸກ​ຍູ້​ການ​ຮ່ວມ​ມື ລະ​ຫວ່າງ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ ຫວຽດ (LaoVietBank) ແລະ ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ປະ​ກັນ​ໄພ​ລາວ ຫວຽດ ຈຳ​ກັດ (LVI) LaoVietBank ແມ່ນ​ທະ​ນາ​ຄານ​ໜຶ່ງ​ທີ່​ໃຫ່​ຍ​ໃນ​ລາວ, ກວມ​ອັດ​ຕາ​ສ່ວນ​ທາງ​ດ້ານ​ສິນ​ເຊື່ອ​ຢູ່​ອັນ​ດັບ​ສອງ, ທາງ​ດ້ານ​ຊັບ​ສິນ-ແຫຼ່ງ​ທຶນ ຢູ່​ອັນ​ດັບ​ສາມ, ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ກຸ່ມ 5 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ໃຫຍ່​ໃນ​ລາວ​​ຢູ່ເລື້ອຍໆ ທີ່​ມີ​ເຄືອ​ຄ່າຍ 9/18 ແຂວງ​ໃນ​ລາວ.

  22-12-2020

LVI ມອບສິນທົດແທນໃຫ້ລູກຄ້າ

ບໍລິສັດ ປະກັນໄພລາວ-ຫວຽດ ຂໍສະແດງຄວາມເສຍໃຈນຳຄອບຄົວລູກຄ້າທີ່ໄດ້ສູນເສຍລູກສາວໄປ.

  08-10-2020

LVI ໄດ້ເປີດໃຫ້ບໍລິການຊື້ປະກັນໄພຜ່ານແອັບ LVB DigiBank

ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ບໍລິສັດຮ່ວມທຸລະກິດປະກັນໄພລາວຫວຽດ ຈຳກັດ. ໄດ້ລົງນາມເຊັນສັນຍາຮ່ວມມື ເພື່ອເປີດໃຫ້ບໍລິການປະກັນໄພ ແລະ ນຳໃຊ້ໃບຢັ້ງຢືນປະກັນໄພເອເລັກໂທຣນິກຜ່ານແອັບ LVB DigiBank.