Nokia ກັບ Microsoft ເປີດໂຕ ມືຖື smartphones ລຸ້ນໃໝ່ລ່າສຸດຂອງຕົນ (ວີດີໂອລາວ/ອັງກິດ)

  ເບິ່ງແລ້ວ : 2836


ການ​ແຂ່ງຂັນ​ກັນດ້ານ​ຄອມ​ພິວ​ເຕີ​ເຄື່ອນ​ທີ່ ​ກໍາລັງດຸ​ເດືອດຂຶ້ນຢູ່​ໃນ​​ໂລກ ພ້ອມ​ກັບການ​ປະກາດ​​ເປີດ​ໂຕຜະລິດ​ຕະພັນ​​ຕ່າງກັນ ​ເມື່ອ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ໂດຍສອງ​ບໍລິສັດ​ທີ່​ເປັນ​ພາຄີກັນ ຄື Nokia ​ກັບ Microsoft ​ແລະ​ໂດຍບໍ​ລິ​ສັດ Motorola ທີ່​ເປັນ​​ເຄືອ​ຂ່າຍຂອງ Google ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike O’Sullivan ລາຍ​ງານ​ວ່າ ຈະ​ມີ​ການ​​ເປີດ​ໂຕ ຄອມ​ພິວ​ເຕີ​​ແບບ​ເປັນ​ແຜ່ນ​ແປໆ ທີ່​ເອີ້ນ​ວ່າ tablet ຫລື​​ແບບ ​ໄອ​ແພດ​ຂອງ​ບໍລິສັດ​ແອບ​ເປິ້ນ ​ແລະໂທລະສັບ​ເຄື່ອນ​ທີ່ຫລື​ມື​ຖື ​ລຸ້ນ​ໃໝ່ໆ​ອອກ​ມາ​ອີກ ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້ ​ຊຶ່ງ​ຈະ​ເປັນ​ການ​​ເພີ່ມ​ທາງ​ເລືອກ​ຕື່ມ​ອີກ​​ໃຫ້​ແກ່ພວກ​ອຸບ ປະ​ໂພກ​ຫລື​ຜູ້​ຊົມ​ໃຊ້​ທັງຫລາຍ. ທອງ​ປານມີລາຍ​ລະອຽດ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

 

LOS ANGELES — ບໍລິສັດ ​ໂນ​ເກ​ຍ ​ແລະ ​ໄມ​ໂຄ​ຣຊອຟ ​ໄດ້​ເປີດ​ໂຕ​ໂທລະສັບ​ສະຫຼາດ ຫຼື smartphones ລຸ້ນ​ໃໝ່​ສອງລຸ້ນ ຄື ລຸ້ນ Lumia 820 ​ແລະ 920 ​ໃນ ການ​ປະກາດ​ຮ່ວມ​ກັນ​ ທີ່​ນີວຢ໊ອກ ​ເມື່ອ​ວັນທີ 5 ກັນຍາ​ຜ່ານ​ມາ​ນີ້.  ​ໂທລະສັບມື​ຖື​ລຸ້ນໃໝ່​ດັ່ງກ່າວ​ນີ້ ອວດອ້າງ​ລະບົບສາກ​ແບ​ດ​ເຕີຣີ່​ແບບ​ໄຮ້​ສາຍ ​ລະບົບ​ກ້ອງຖ່າຍຮູບທີ່ປັບປຸງ​ໃຫ້​ດີ​ຂຶ້ນ ​ແລະຈະປະຕິບັດ​ການ​ດ້ວຍ​ລະບົບ Window 8 ລຸ້ນ​ໃໝ່​ຂອງ​ໄມ​ໂຄ​ຣຊອ​ຟ ​ຊຶ່ງທ່ານ Stephen Elop ຫົວໜ້າ​ບໍລິຫານ​ບໍລິສັດ​ໂນ​ເກ​ຍ ກ່າວ​ວ່າ ການ​ເປັນ​ພາຄີຮ່ວມ​ງານ​ກັນ​ຂອງສອງ​ບໍລິສັດ​ໃນ​ດ້ານ​ນີ້ ​ແມ່ນສໍາຄັນ​ຫຼາຍ.
 
ທ່ານ Stephen Elop ​ເວົ້າ​ວ່າ:“ເພື່ອ​ຈະ​ນໍາ​ເອົາ​ປະສົບ​ການ​ໃໝ່ໆທີ່ແຂ່ງ​ຂັນ​ກັບ​ບໍລິສັດ​ອື່ນໆ​ໄດ້​ ມາ​ໃຫ້​ບັນດາ​ຜູ້​ຊົມ​ໃຊ້​ນັ້ນ ​ໂນ​ເກ​ຍຈໍາ​ເປັນ​ຕ້ອງ​​ໄດ້ ເປັນ​ພາກສ່ວນ​ນຶ່ງຂອງ​ລະບົບ​ນິ​ເວດ​ວິທະຍາ.”
 
ລະບົບ​ນິ​ເວດ​ວິທະຍາສໍາລັບ​ເຄື່ອງ​ຄອມ​ພິວ​ເຕີ ຄື​ການ​ຜະ​ສົມຜະສານ​ເອົາ ຊອບ​ແວ ຮາດ​ແວ ​ແລະ​ເຄືອ​ຄ່າ​ຍດິຈິ​ເຕິ​ລ ມາ​ໃຊ້​ນໍາກັນ. ພວກ​ບໍລິສັດ​ຕ່າງໆ​ເຊັ່ນ Apple ​ແລະ​ບໍລິສັດ Google ທີ່​ຫາ​ກໍ​ເຂົ້າ​ມາ​ຮ່ວມ​ໃນ​ວົງ​ການ​ນີ້ ພ້ອມ​ດ້ວຍລະບົບປະຕິບັດ​ການ Android ນັ້ນ ​ຕ່າງ​ກໍ​ໄດ້​ສ້າງ​ລະບົບ​ນິ​ເວດ​ວິທະຍາຂຶ້ນ​ມາ ທີ່​ຖືກ​ນໍາ​ໃຊ້​ຢູ່​ໃນ​ໂທລະສັບ smartphone ​ແລະຄອມ​ພິວ​ເຕີ​ແບບ tablet ຫລື ​ແບບ​ໄອ​ແພດ​ນັ້ນ. Elizabeth Fife ຊຶ່ງສຶກສາ​ເລຶ່ອງອຸດສາຫະກໍາ​ຄອມ​ພິວ​ເຕີ​ເຄຶ່ອນທີ່ ທີ່​ມະຫາວິທະຍາ​ໄລ Southern California ກ່າວ​ວ່າ Microsoft ກໍກໍາລັງ​ຫວັງ​ວ່າ​ ຈະ​ໄດ້​ສ່ວນ​ແບ່ງກໍາ​ໄລ ຈາກ​ລະບົບ​ນິ​ເວດ​ວິທະຍາ​ທີ່ຕົນ​ສ້າງ​ຂຶ້ນ​ມາ ​ໃຫ້ມື​ຖື smartphone ຂອງ​ໂນ​ເກ​ຍນັ້ນເຊ່ນ​ກັນ.

 


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.