ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ

  ເບິ່ງແລ້ວ : 7356


ສະບາ​ຍດີ​ທຸກໆທ່ານທີ່​ຕິດ​ຕາມ​ຮັບ​ຟັງ​ລາຍການ​ສຽງ​ເພງ​ ຈາກ​ແດນ​ໄກ​ຂອງ VOA ວັນ​ສຸກທີ່​ຫາ​ກໍຜ່ານ​ໄປ​ແລ້ວ​ນີ້ ກົງ​ກັບ​ວັນ​ແຫ່ງ ຄວາມ​ຮັກພໍດີ ​ເພາະສະ​ນັ້ນ ວັນນະ​ສອນ ຂໍ​ສົ່ງ​ຄວາມ​ຮູ້ສຶກ​ທີ່​ດີ ພ້ຽມພ້ອມ​ທັງ​ຄວາມ​ຮັກ​ຄວາມ​ຫວັງ​ດີ ​ມາ​ກັບ​ເພງ​ນີ້ ​ເພື່ອ​ມອບ​ໃຫ້ ແຟນລາຍການ​ທຸກໆ​ທ່ານ​ຈົ່ງ​ ປະສົບ​ແຕ່​ຄວາມສຸກ​ສົມ​ຫວັງ ຕະຫຼອດ​ໄປ…ຂໍ​ໃຫ້​ຮັກ​ກັນ​ ນານໆ ​ແລະ​ເປັນ​ແຟນລາຍການ​ຂອງ VOA ຕໍ່ໆໄປ ​…

 

ເພງ "ຮັກເຈົ້າ ຕະຫຼອດໄປ" ເປັນ​ຜົນງານ​ເພງ​ຂອງ​ສິນລະປິນສາວລູກປະສົມ ທີ່ຍັງ ສືບຕໍ່ສ້າງຜົນງານເພງດີໆໃຫ້ພວກເຮົາໄດ້ຟັງກັນຢູ່ເລື້ອຍມາ​ ເປັນເພງທີ່ເໝາະກັບ ຊ່ວງວັນແຫ່ງຄວາມຮັກພໍດີ ເຊີນຮັບຟັງໄດ້.

ເພງຕໍ່ໄປນີ້ ຂໍຈັດມອບໃຫ້ທ່ານຜູ້ຟັງທີ່ຂຽນເຂົ້າມາ email ເຂົ້າມາ ຈາກ​ທ່ານ​ນວນ​ຕາ ​ແກ້ວມະນີ ຈາກສະຫວັນ​ນະ​ເຂດທີ່ຂຽນເຖິງ ຫົວໜ້າ​ຜະ​ແນ​ກພາສາລາວ ຖາມ​ທຸກ​ສຸກ ສະບາຍດີ​ແລະ​ຂໍ​ຟັງ​ເພງ ສະຫວັນ​ແດນ​ຮັກ  ຊຶ່ງ​ເພງ​ນີ້ ວັນນະສອນຫາ​ກໍ​ຈັດ​ໃຫ້​ໄດ້​ ຟັງ ກັນ ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ມາ​ນີ້ ​ແລະ​ອີກ​ປະການ​ນຶ່ງ​ຢ້ານວ່າ ​ທ່ານ​ຜູ້​ຟັງ​ຈະ​ເບື່ອ​ແລະ​ ເຂົ້າ​ໃນ​ຜິດທີ່​ວ່າ ມັກ​ແຕ່​ຄົນ​ສະຫວັນ ນະເຂດຊັ້ນບໍ່? ຄວາມ​ຈິງ​ແລ້ວ​ວັນນະສອນ ກໍ​ຮັ ຄົນ​ລາວ​ດ້ວຍ​ກັນ​ນັ້ນ​ລະ ບໍ່​ວ່າ​ຈະ​ມາ​ຈາກ​ຖິ່ນ​ແດນ​ໃດ​ ດັ່ງ​ເນື້ອຫາ​ຂອງ​ເພງ​ນີ້​ ​ເພາະສະ​ນັ້ນ ວັນນະ​ສອນ​ກໍ​ເລີຍ​ຂໍ​ຈັດ​ເພງ​ທໍານ​ອງດຽວ​ກັນ ​ແຕ່​ເປັນ​ການ​ຮ້ອງ​ຕອບ​ຂອງ​ຝ່າຍ​ຍິງ​ ທີ່​ໄດ້ ​ສິນລະປິນ​ສາວລາວ ຈາກອອສ​ເຕຣ​ເລຍ ​ແດງ ຈໍາ​ພອນ ຂັບ​ຮ້ອງ ​ໃນ​ບົດ​ເພງ "ສາວ​ສະຫວັນ​ຄອຍ​ຮັກ."


  18-01-2021

ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XI ວາງ​ກະ​ຕ່າ​ດອກ​ໄມ້ ຢຸ່​ຫໍ​ພິ​ພະ​ທະ​ພັນ ໄກ​ສອນ ພົມ​ວິ​ຫານ

​ວັນ​ທີ 16 ມັງ​ກອນ 2021 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສະ​ໄໝ​ທີ XI ນຳ​ໂດຍ​ສະ​ຫາຍ ປອ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຂົ້າ​ວາງ​ກະ​ຕ່າ​ດອກ​ໄມ້ ຢູ່​ຫໍ​ພິ​ພິ​ທະ​ພັນ​ ໄກ​ສອນ ພົມ​ວິ​ຫານ ເນື່ອງ​ໃນ​ໂອ​ກາດ​ຊົມ​ເຊີຍ​ຜົນ​​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

  12-03-2020

LVI ຈ່າຍຄ່າສ້ອມແປງລົດໃຫ້ລູກຄ້າ

ວັນທີ 08/03/2020 ເກີດອຸປະຕິເຫດລົດຄູ່ກໍລະນີມາຕຳທ້າຍແວ່ນແຍງຂ້າງຢູ່ ບ້ານ ດົງປາລານ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

  20-02-2020

ຕຳທ້າຍລົດຄູ່ກໍລະນີ

ອຸ​ປະ​ຕິ​ເຫດ​ລົດ​ລູກ​ຄ້າ​ຕຳ​ທ້າຍ​ລົດ​ຄູ່​ກໍ​ລະ​ນີ

  17-02-2020

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

ປ້ອງກັນສຸຂະພາບຂອງຕົນຈາກ ພະຍາດ CORONA

  06-09-2019

​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

LVI ​​ເອົາອຸປະກອນການສຶກສາ ແລະ ເຄື່ອງຫຼີ້ນກິລາ ໄປມອບໃຫ້ໂຮງຮຽນປະຖົມສົມບູນ ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ.

  27-08-2019

ຂັບລົດຜ່ານເຂດນໍ້າຖ້ວມ

ຂັບລົດຜ່ານເຂດນໍ້າຖ້ວມ ຄິດວ່າມັນງ່າຍດັ່ງທີ່ຫຼາຍຄົນຄິດ. ໃຫ້ທ່ານປະຕິບັດຕາມ 7  ຂັ້ນຕອນຂ້າງລຸ່ມນີ້ເພື່ອຫຼີກລ້ຽງຄວາມສ່ຽງອາດເກີດຂຶ້ນ.